ເທັກນິກນີ້ແມ່ນຮູ້ມຈາກທ່ານໂອ້ດ ເຊິ່ງກະຂໍຂອບໃຈຫລາຍໆ ທ່ານຫົວຫຍ້າ ເອີ້ຍ!! ບໍ່ແມ່ນ

ທ່ານຫົວຫນ້າຊັ້ນດອກ
ໃນທີ່ນີ້ຂ້າພະເຈົ້າໄດ້ທຳການແອັດຟ້ອນ Saysettha OT.ttf ເຂົ້າໄປ ເຊິ່ງຢູ່ໃນ Linux Ubuntu 8.04 ມີພຽງຟ້ອນ Phetsarath_OT.ttf ເທົ່ານັ້ນທີ່ເປັນພາສາລາວ
ມາເບິ່ງວິທີກັນເລີຍ
ກ່ອນອື່ນຫມົດໄປຫາ Saysettha OT.ttf ມາໃຫ້ໄດ້ກ່ອນ ແລ້ວກໍ copy ໄປໄວ້ທີ່ file system/usr/share/fonts/truetype/ttf-lao
ຖ້າທ່ານເຂົ້າໄປແລ້ວ ຍັງບໍ່ສາມາດ copy ໄດ້ ທ່ານກໍຕ້ອງໄປແກ້ permission ມັນກ່ອນ ໂດຍໃຊ້ຄຳສັ່ງນີ້ໃນ Terminal
chmod -R 777 /usr/share/fonts/truetype/ttf-lao
ແລ້ວກົດ enter
ແລ້ວທ່ານກໍຈະສາມາດ copy font ລົງໄປໄດ້ ເມື່ອ ກ໋ອບແລ້ວໆ ເຮົາກໍມາໃຊ້ຄຳສັ່ງດັ່ງລຸ່ມນີ້ໃນ Terminal ເພື່ອ cache ມັນ
sudo fc-cache -f -v
ກົດ enter ແລ້ວ ເປັນອັນຈົບພິທີ
ແລ້ວທ່ານກໍຈະສາມາດໃຊ້ font Saysettha OT ພິມເອກະສານໃນ Openoffice.org ໄດ້ແລ້ວ ;D