ວິທີນີ້ແມ່ນໃຊ້ເພື່ອກູ້ຂໍ້ມູນໃນກໍລະນີ Windows ຂອງທ່ານລົ່ມຫລືວ່າເນົ່ານັ້ນ ເອງວ່າບໍ່ສາມາດເຂົ້າລະບົບໄດ້ ສະນັ້ນເຮົາມາເບິ່ງນຳກັນເລີຍ
ກ່ອນອື່ນຫມົດ ທ່ານຕ້ອງມີແຜ່ນ ubuntu ເມື່ອບູ້ດແລ້ວກໍເຂົ້າໄປເລືອກໂຕເລືອກທຳອິດຕາມຮູບເລີຍ
ເມື່ອບູ້ດເຂົ້າມາໃນລະບົບແລ້ວ ກໍໃຫ້ເລືອກເມນູນີ້
ເມື່ອແລ້ວໆ ທ່ານຈະເຫັນຮາດດີສ ແລະ ຊ່ອງພາຕິຊັ້ນຂອງທ່ານ ໃຫ້ທ່ານເບິ່ງເອົາວ່າຂໍ້ມູນຂອງທ່ານມີຢູ່ຊ່ອງໃດແດ່

ຈາກນັ້ນດັບເບີ້ນຄລິກ ມັນຈະຂຶ້ນກ່ອງມາບອກວ່າຜິດພາດ

ຄລິກທີ່ Details ແລ້ວມັນຈະມີລາຍລະອຽດໂຜ່ຂຶ້ນມາ ແລ້ວສັງເກດທີ່ /dev/sda ມັນຈະເປັນຄ່າພາຕິຊັ້ນຂອງທ່ານ ອາດຈະເປັນ /dev/sda1 ຫລື /dev/sdb2 ອັນນີ້ກໍຂຶ້ນຢູ່ກັບພາຕິຊັ້ນຂອງທ່ານ ເບິ່ງແລ້ວກໍຈື່ເອົາໄວ້

ໄດ້ຄ່າແລ້ວກໍເປີດເທີມິນໍ້ ໂດຍໄປທີ່ Applications > Accressories > Terminal ແລ້ວໃຊ້ຄຳສັ່ງ
sudo su
ແລ້ວ enter
ຕໍ່ດ້ວຍ
mkdir /media/disk
ແລ້ວ enter
ສັ່ງຕໍ່ໄປ
ກໍລະນີພາຕິຊັ້ນເປັນ NTFS ໃຫ້ສັ່ງວ່າ mount -t ntfs-3g /dev/sda1 /media/disk -o force
ຖ້າເປັນ FAT ໃຫ້ mount -t vfat -o umask=000 /dev/sda1 /media/disk
ຈາກນັ້ນ Ubuntu ຈະສະແດງໂຟນເດີ້ອອກມາ ໃຫ້ທ່ານເຂົ້າໄປກູ້ຂໍ້ມູນອອກມາໄດ້ເລີຍ ກ່ອນທີ່ຈະລ້າງເຄື່ອງໃຫມ່ ຫລື ຖ້າຈະໃຫ້ດີກໍລົງ Ubuntu ແລ້ວໃຊ້ແທນ Windows ເລີຍ